ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຊີ້ນໍາພາກສະໜາມຊ້ອມຮົບ ລາວ-ຈີນ ຈັດກິດຈະກໍາແຂ່ງຂັນນກິລາສາມັກຄີ


   ໃນໄລຍະຂອງການຊ້ອມຮົບຮ່ວມ ລາວ-ຈີນ ຄັ້ງນີ້, ຄະນະຊີ້ນໍາພາກສະໜາມ ພ້ອມດ້ວຍນາຍ ແລະ ພົນທະ ຫານທັງສອງກອງທັບ ກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ນອກຈາກຈະໄດ້ແລກປ່ຽນບົດ ຮຽນທາງດ້ານວິຊາການທະຫານເຊິ່ງກັນ ແລະ ກັນແລ້ວ, ນາຍ ແລະ ພົນທະຫານຂອງ ສອງກອງທັບ ລາວ-ຈີນ ກໍໄດ້ຮ່ວມກັນຈັດກິດຈະກໍາແຂ່ງຂັນກິລາມິດຕະພາບຂຶ້ນ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບປະຊາຊົນລາວ, ຮອງຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ລາວ - ຈີນ “ ໂລ້ກໍາບັງ ມິດ ຕະພາບ 2023 ” ມີສະຫາຍ ພົນຕີ ຢາງເຫວີນ ຫລີນ ຮອງຫົວໜ້າແມ່ທັບ 75 ເຂດສູ້ຮົບພາກໃຕ້ ກອງທັບປົດປ່ອຍປະ ຊາຊົນຈີນ ພ້ອມດ້ວຍອະນຸກໍາມະການ, ຕະຫຼອດຮອດນາຍ ແລະ ພົນທະຫານທັງສອງ ກອງທັບ ເຂົ້າຮ່ວມ. ເຊິ່ງກິລາທີ່ນໍາມາແຂ່ງຂັນມີ 2 ປະເພດກິລາ ຄື: ກິລາບານເຕະ ແລະ ກິລາດຶງເຊືອກ, ຜ່ານການແຂ່ງຂັນກິລາຕົວຈິງເຫັນໄດ້ເຖິງນໍ້າໃຈນັກກິ ລາຂອງ ທັງສອງກອງທັບ ຮູ້ແພ້, ຮູ້ຊະນະ ສ່ວນກອງເຊຍທັງສອງຝ່າຍກໍ່ໄດ້ສົ່ງກໍາລັງ, ແຮງໃຈເຊຍນັກກິລາຂອງຕົນດ້ວຍບັນຍາກາດອັນເບີກບານມ່ວນຊຶ່ນ ແລະ ການຈັດກິດຈະກໍາແຂ່ງຂັນກິລາຄັ້ງນີ້ ທັງເປັນການແລກປ່ຽນບົດ ຮຽນ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງນາຍ-ພົນທະຫານສອງ ກອງທັບ ລາວ- ຈີນ, ຈີນ-ລາວ ໃຫ້ມີຄວາມສຳພັນ ແລະ ເຂົ້າໃຈກັນເລິກເຊິ່ງ, ບົນຈິດໃຈເພີ່ມພູມຄູນສ້າງ ແລະ ສົ່ງເສີມສາຍສໍາພັນໄມຕີຈິດຂອງ ສອງຊາດລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.

ແຫຼ່ງທີ່ມາ:ອາ​ຫວຸ້ນ
ວັນທີ 23/05/2023